ຄວາມຮູ້ສຶກຂອງ ທ່ານ ບຸນທອງ ຈິດມະນີ ຕໍ່ງານວາງສະແດງຮູບພາບຊີວິດ  ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ

ຄວາມຮູ້ສຶກຂອງ ທ່ານ ບຸນທອງ ຈິດມະນີ ຕໍ່ງານວາງສະແດງຮູບພາບຊີວິດ  ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ
ໂດຍ: ສ.ບຸດປະຊາ
    ໜຶ່ງໃນເນື້ອໃນຂອງເຫດການປະຫວັດສາດ ໃນການຈັດຕັ້ງສະເຫຼີມສະຫຼອງ ວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924 – 8/2/2024) ທີ່ງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ທີ່ຈັດຂຶ້ນຢ່າງເປັນທາງການຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໃນວັນທີ 7 ກຸມພາຜ່ານມາ, ທ່ານ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງນາມບົດບັນທຶດຄວາມຮູ້ສຶກຂອງເພິ່ນ ຕໍ່ງານດັ່ງກ່າວ ໂດຍມີເນື້ອໃນທີ່ມີຄວາມໝາຍສຳຄັນ ໂດຍສະເພາະດ້ານເຫດການປະຫວັດສາດຂອງພັກ ແລະ ລັດຖະບານເຮົາ.
    ບາງເນື້ອໃນທີ່ສຳຄັນໃນບົດສະແດງຄວາມຮູ້ສຶກໃນງານວາງສະແດງຮູບພາບ ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ໄດ້ລະບຸວ່າ: ຕາງໜ້າກົມການເມືອງ, ຄະນະເລຂາທິການສູນກາງພັກ ກໍຄືໃນນາມ ສ່ວນຕົວຕະຫຼອດຮອດເຖິງສະມາຊິກພັກ, ພະນັກງານ,ທະຫານ-ຕໍາຫຼວດ, ປະຊາຊົນ ລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ລວມທັງຄະນະຮັບຜິດຊອບ ກະກຽມງານດັ່ງກ່າວ ຂໍຊົມເຊີຍງານວາງສະແດງຮູບພາບ ຄັ້ງນີ້ຢ່າງສຸດອົກສຸດໃຈ.
ງານວາງສະແດງພາຍໃຕ້ຫົວຂໍ້ “ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ” ໃນຄັ້ງນີ້ ເພື່ອສະແດງໃຫ້ເຫັນຄຸນງາມຄວາມດີ, ຄວາມເສຍສະຫຼະ, ບົດຮຽນ ກໍຄືຜົນງານອັນໃຫຍ່ຫຼວງຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດຕົນ ຕໍ່ພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເປັນຂໍ້ມູນ ແລະ ເອກະສານ ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຕໍ່ໆໄປໄດ້ຮໍ່າຮຽນເອົາເປັນບົດຮຽນ ໃນການປະຕິບັດຫນ້າທີ່ວຽກງານ ກໍຄືການດໍາລົງຊີວິດຂອງ ຕົນຕໍ່ໄປ.
ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນຄະນະນໍາຮຸ່ນທໍາອິດຂອງພັກເຮົາ ແລະ ເປັນໜຶ່ງໃນຜູ້ນໍາສູງສຸດຂອງພັກ-ລັດເຮົາຊຶ່ງຍາມໃດກໍມີຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດແລະ ຕໍ່ປະຊາຊົນ, ມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ; ປະທານເປັນລູກຮັກຫຼານຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ເປັນຜູ້ມີຄວາມປີຊາສາມາດ ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ  ໜັກແໜ້ນໃນທຸກສະຖານະການ, ທັງເປັນນັກຍຸດທະສາດ, ນັກຍຸດໂທບາຍ ທີ່ເບິ່ງກວ້າງເຫັນໄກ, ມີຄວາມສະດຸ້ງໄວ ແລະ ມີຫົວຄິດປະດິດສ້າງສູງ, ເປັນຜູ້ນໍາທີ່ມີແບບແຜນຊີ້ນໍາ-ບັນຊາແທດກັບຕົວຈິງ, ທັງກໍາແໜ້ນທິດສະດີ, ແນວທາງ, ທັງກໍາແໜ້ນບົດຮຽນ, ພຶດຕິກໍາ ແລະ ສະພາບ ຄວາມເປັນຈິງຂອງປະເທດ, ບໍ່ຄໍາພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບຜົນງານອັນເກົ່າ; ເວລາໃດ, ເພິ່ນກໍມີອາລົມຈິດມຸ່ງໝັ້ນ, ສະແຫວງຫາຄວາມກ້າວໜ້າ ແລະ ຜົນສໍາເລັດອັນໃໝ່; ຍາມໃດ, ກໍຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ ແລະ ທັງຢາກໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າ ກໍຄືຄົນຮຸ່ນຫຼັງ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ນໍາເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ອັນດີງາມຕະຫຼອດຮອດແນວຄິດຊີ້ນໍາອັນຖືກຕ້ອງຂອງເພິ່ນ ໄປຄົ້ນຄວ້າຮ່ໍາຮຽນ, ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານ, ການດໍາລົງຊີວິດ ແລະ ທໍາມາຫາກິນຂອງພວກເຮົາ, ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ຢ່າງມີໄຊ.
ເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ!
ປະທານ ຄໍາໄຕ ສີພັນດອນ ໝັ້ນຍືນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ